Saturday, May 13, 2017

ບໍ່ຮູ້ວ່າຊິເລີ່ມຕົ້ນແນວໃດດີ
ທີ່ຈິງກະບໍ່ໄດຄິດຊິຂຽນໄວ້ດອກ
ແຕ່ບາງທີ ທີ່ອົດບໍ່ເວົ້າບໍ່ຖາມ
ມັນກະຕ້ອງໄດ້ລະບາຍ ບໍ່ວ່າທາງໃດກະທາງຫນຶ່ງ ກະເລີຍມານັ່ງຂຽນ blog ຄວາມຮູ້ສຶກໂຕເອງ
ຄັນຖາມວ່າເປັນຫຍັງບໍ່ຖາມ ຄຳຕອບຄື ຢ້ານໃນສິ່ງທີ່ເຈົ້າຈະຕອບມາ ຢ້ານເຈັບ ຮັບບໍ່ໄດ້ ຄືເພງນີ້




2-3 ມື້ຫລັງມານິ ອ້າຍກະເວົ້າແຕ່ເລື່ອງມີຜູ້ໃຫມ່ຄົນໃຫມ່ ຮັກອ້າຍຄົນດຽວບໍ່ ອີ່ຫຍັງໃນແນວນັ້ນ. ກະບໍ່ແມ່ນບໍ່ໄວ້ໃຈ ກະໄວ້ໃຈວ່າທີ່ຮັກ ຮັກແຕ່ອ້າຍຄົນດຽວ ເຈົ້າກະເຄີຍບອກວ່າຄັນມີແຟນແລ້ວກະບໍ່ລົມໃຜ ເຈົ້າກະເຄີຍເຈັບມາກັບການນອກໃຈ
ແຕ່ມັນກະມີເລື້ອງຂອງພີ່ນ້ອງທີ່ອ້າຍເລົ່າໃຫ້ຫລ້າຟັງວ່າຄົບກັນມາ 11ປີ ທ້າຍປີຊິແຕ່ງງານ ແຕ່ສຸດທ້າຍຜູ້ຍິງກະຖິ້ມຜູ້ຊາຍໄປ (ໃນກໍລະນີນີ້ແມ່ນຜູ້ຍິງແຕ່ຜູ້ຊາຍຖິ້ມກະມີ)
ອ້າຍກະລົມກັບຝ່າຍຊາຍ ຟັງຝ່າຍຍິງ ຟັງແລ້ວມັນກະບໍ່ມີເຫດຜົນ ບໍ່ຮູ້ຊິລົງເອີຍເເບບໃດ ແນວຄົນຫນຶ່ງຢາກໄປຍ້ອນເຈິຄົນໃຫມ່ທີ່ດີກວ່າ ຄົນຫນຶ່ງພັດຮັກ ໄດ້ແຕ່ຮັກແຕ່ເຮັດຫຍັງບໍ່ໄດ້ ບໍ່ມີສິດແມ້ແຕ່ຊິຫ້າມບໍ່ໃຫ້ໄປ

ຄືອ້າຍວີວ່າ ອ້າຍບໍ່ຫລິ້ນ FB ອັນນັ້ນຄວາມຈິງ ແຕ່ມີຄົນຮູ້ຈັກອ້າຍ ຮູ້ວ່ານ້ອງຫລ້າເປັນແຟນອ້າຍ ສົ່ງມາຖາມອ້າຍວີວ່າເປັນຫຍັງກັບແຟນຫວາ ອ້າຍວີກະວ່າບໍ່ຫນ້າ ກະເຈົ້າເລີຍສົ່ງມາໃຫ້ເບິ່ງ












ອ້າຍກະບໍ່ຈັກຊິຕອບກະເຈົ້າຄືນຄືກັນກະອຶ້ງໄປຫລາຍເຕີບ ລະກະຄິດໆ ເປັນຫຍັງທີ່ຮັກຄືໂພສແບບນັ້ນນໍ້ ທີ່ຮັກຮູ້ສຶກຫລືຄິດແບບໃດ ບໍ່ພໍໃຈຫຍັງອ້າຍຫລືແນວໃດ ອ້າຍກະງົງໆ ຄັນຊິວ່າອ້າຍບໍ່ມີເວລາໃຫ້ກະບໍ່ແມ່ນ ເພາະເຈົ້າກະວຽກຫລາຍ ແມ່ກະມານອນນຳຊ່ວງນັ້ນ ກະເລີຍບໍ່ຄ່ອຍໄດ້ລົມກັນ

ກະຢາກຮູ້ກະຢາກຖາມຢູ່ວ່າທີ່ຮັກເປັນຫຍັງໂພສແບບນັ້ນ ໄດ້ແຕ່ຄິດວ່າເຈົ້າໂພສຫລິ້ນໆ ບໍ່ໄດ້ຕັ້ງໃຈເວົ້າແບບນັ້ນ ຫລື ເຈົ້າບໍ່ຢາກຖ້າອ້າຍແລ້ວ ແຕ່ກະບໍ່ກ້າຖາມ ຢ້ານຮັບຄຳຕອບບໍ່ໄດ້ ຢ້ານຜິດກັນ ແຕ່ອ້າຍກະຖາມຫລ້າວ່າ ຄັນມີຄົນທີ່ມີພ້ອມທີ່ດີມາລົມຫລ້າເດ້ ຫລ້າຊິປ່ຽນໃຈຈາກອ້າຍບໍ່ ຫລ້າກະວ່າບໍ່ມີດອກ ຮັກອ້າຍວີ ແຕ່ອານາຄົດກະບໍ່ແນ່ ກະເບິ່ງກັນໄປ ແຕ່ກະມີຄົນເຂົ້າມາຈີບເລື້ອຍໆ ແຕ່ກະບໍ່ສົນ ກະແມ່ນຄວາມຫລ້າ ອານາຄົດບໍ່ແນ່ ແຕ່ອ້າຍຟັງແລ້ວນຳ້ຕາຈົນຊິອອກທີ່ຮັກເອີ້ຍ ທີ່ຮັກອາດຊິບໍ່ຮູ້ສຶກໄດ້ວ່າ ອ້າຍຮັກເຈົ້າຫລາຍປານໃດ ຕັ້ງໃຈຄົບເຈົ້າ ຢາກເຮັດວຽກຫາເງິນ ລະເຮັດໃຫ້ຝັນເຈົ້າເປັນຈິງ ເຈົ້າເຮັດໃຫ້ອ້າຍຮູ້ສຶກວ່າຊີວິດອ້າຍມີຄ່າເພາະມີເຈົ້າ ອ້າຍຮູ້ສຶກດີທີ່ເຈົ້າຮັກ ແລະໄດ້ຮັກເຈົ້າ ອ້າຍກະບໍ່ຮູ້ດອກວ່າຕໍ່ໄປເຈົ້າຈະປ່ຽນຫລືບໍ່ ແຕ່ອ້າຍບອກໄດ້ເລີຍວ່າ ອ້າຍຮັກເຈົ້າສຸດໃຈເເລ້ວ ຄັນເຈັບອີກກະບໍ່ຮູ້ວ່າອ້າຍຊິເຮັດແນວໃດຊີວິດຊິເປັນແນວໃດຕໍ່ໄປ ເຄີຍເສຍໃຈມາຫລາຍເຮັດໃຫ້ບໍ່ມີກຳລັງໃຈຊິເຮັດຫຍັງ ແຕ່ພໍມີຄົນທີ່ເຂົ້າມາເຮັດໃຫ້ມີຄວາມຫວັງສູ້ຕໍ່ ກະອາດຊິເຈັບຊຳ້ຄືເກົ່າອີກ ຄິດຫລາຍຕອນນິ ບາງທີ່ລົມກັບເຈົ້າກະມິດໆ ເພາະຢາກຂໍເບິ່ງຫນ້າເຈົ້າດົນໆ ບໍ່ຢາກຮັບຮູ້ເລື້ອງຫຍັງ ບໍ່ຢາກຄິດຫຍັງ ໄດ້ແຕ່ຫວັງວ່ານ້ອງຫລ້າຊິຮັກແລະຈິງຈັງກັບອ້່າຍແທ້

huk babe der.. hu seuk bor d, tae ka ja payayarm bor kit yung, ja suea jai babe, ja payayarm non hai dai #LV

Sent from my iPhone